ຮ້ອງໂດຍ: ຟ້າ ທະວີພອນ / ฟ้า ทะวีพอน
ແຕ່ງໂດຍ: ຄຳຫຼ້າ ວິໄລພອນ
ດົນຕີ: ກິ່ໂຕ້ ພິລາກ່ອນ
ຈາກໃຈຜູ້ຍິງຄົນນີ້ ທີ່ຖືກຜູ້ຊາຍມານຍາ
ມາເຮັດໃຫ້ເສຍນໍ້າຕາ ບໍ່ຫົວຊາຮັກທີ່ໃຫ້ເຂົາ
ຄວາມດີທີ່ນ້ອງທຸ່ມເທ ມັນເທຄືຈັ່ງນໍ້າເນົ່າ
ຮັກແທ້ທີ່ມອບໃຫ້ເຂົາ ຄືຄວາມເຫງົາທີ່ໄດ້ຕອບມາ
ນ້ອງຈຶ່ງຂໍລາສ່ຳນີ້ ຫຼາຍປີທີ່ໂງ່ມານານ
ຍອມເຈັບຍອມທໍລະມານ ກັບການເປັນຄົນໄຮ້ຄາ
ທຸ່ມເທໃຫ້ເຂົາເທົ່າໃດ ກະໄດ້ແຕ່ເຈັບຕອບມາ
ໃນວັນທີ່ຕ້ອງຈາກລາ ເຈັບຈົນວ່າກ້າວເດີນບໍ່ໄຫວ
ຢາດນໍ້າຕາທີ່ນ້ອງເສຍໄປ ກັບຫົວໃຈທີເຈັບຈາກເຂົາ
ຢາກໃຫ້ອ້າຍເຂົ້າມາເເບ່ງເບົາ ຊິວ່າຈັ່ງໃດ..
*** ຊ່ວຍນ້ອງໃຫ້ລືມຄວາມເຫງົາ ລົບເຂົາອອກຈາກຫົວໃຈ
ຢາກມີຊີວິດສົດໃສ ໂດຍມີອ້າຍຄຽງຂ້າງກັນ
ສານຝັນທີ່ນ້ອງວາດໄວ້ ທີ່ຖືກເຂົາລາຍມັນ
ຈຶ່ງຂໍວອນອ້າຍແລ້ວກັນ ຄົນປັດຈຸບັນທີ່ນ້ອງຮັກຫຼາຍ ..
ຕາຍ ນ້ອງຕາຍຄັນບໍ່ຊ່ອຍ ຊີວິດຄົງມຸນມອດມອຍ
ບໍ່ມີຄວາມຫມາຍ...ໂຮະໂຮ
ຊ່ວຍນ້ອງໃຫ້ລືມຄວາມເຫງົາ ລົບເຂົາອອກຈາກຫົວໃຈ
ຢາກມີຊີວິດສົດໃສ ໂດຍມີອ້າຍຄຽງກັນ
ສານຝັນທີ່ນ້ອງວາດໄວ້ ທີ່ຖືກເຂົາທໍາລາຍມັນ
ຈຶ່ງຂໍວອນອ້າຍແລ້ວກັນ ຄົນປັດຈຸບັນທີ່ນ້ອງຮັກຫຼາຍ
ຈຶ່ງຂໍວອນອ້າຍແລ້ວກັນ ຄົນປັດຈຸບັນທີ່ນ້ອງຮັກ...ແຮງ
ไม่มีความคิดเห็น:
แสดงความคิดเห็น