de data='blog' name='google-analytics'/>

ads

ป้ายกำกับ

วันศุกร์ที่ 28 พฤษภาคม พ.ศ. 2564

เนื้อเพลงช่อยน้องให้ลืมเขา ເນື້ອເພງ ຊ່ອຍນ້ອງໃຫ້ລືມຈາກເຂົາ

เนื้อเพลงช่อยน้องให้ลืมเขา  ເນື້ອເພງ ຊ່ອຍນ້ອງໃຫ້ລືມຈາກເຂົາ

ຮ້ອງໂດຍ: ຟ້າ ທະວີພອນ / ฟ้า ทะวีพอน
 ແຕ່ງໂດຍ: ຄຳຫຼ້າ ວິໄລພອນ 
ດົນຕີ: ກິ່ໂຕ້ ພິລາກ່ອນ 

 ຈາກໃຈຜູ້ຍິງຄົນນີ້ ທີ່ຖືກຜູ້ຊາຍມານຍາ 
ມາເຮັດໃຫ້ເສຍນໍ້າຕາ ບໍ່ຫົວຊາຮັກທີ່ໃຫ້ເຂົາ 
ຄວາມດີທີ່ນ້ອງທຸ່ມເທ ມັນເທຄືຈັ່ງນໍ້າເນົ່າ 
ຮັກແທ້ທີ່ມອບໃຫ້ເຂົາ ຄືຄວາມເຫງົາທີ່ໄດ້ຕອບມາ 
ນ້ອງຈຶ່ງຂໍລາສ່ຳນີ້ ຫຼາຍປີທີ່ໂງ່ມານານ 
ຍອມເຈັບຍອມທໍລະມານ ກັບການເປັນຄົນໄຮ້ຄາ 
ທຸ່ມເທໃຫ້ເຂົາເທົ່າໃດ ກະໄດ້ແຕ່ເຈັບຕອບມາ 
ໃນວັນທີ່ຕ້ອງຈາກລາ ເຈັບຈົນວ່າກ້າວເດີນບໍ່ໄຫວ 
ຢາດນໍ້າຕາທີ່ນ້ອງເສຍໄປ ກັບຫົວໃຈທີເຈັບຈາກເຂົາ 
ຢາກໃຫ້ອ້າຍເຂົ້າມາເເບ່ງເບົາ ຊິວ່າຈັ່ງໃດ..

*** ຊ່ວຍນ້ອງໃຫ້ລືມຄວາມເຫງົາ ລົບເຂົາອອກຈາກຫົວໃຈ
ຢາກມີຊີວິດສົດໃສ ໂດຍມີອ້າຍຄຽງຂ້າງກັນ 
ສານຝັນທີ່ນ້ອງວາດໄວ້ ທີ່ຖືກເຂົາລາຍມັນ 
ຈຶ່ງຂໍວອນອ້າຍແລ້ວກັນ ຄົນປັດຈຸບັນທີ່ນ້ອງຮັກຫຼາຍ .. 
ຕາຍ ນ້ອງຕາຍຄັນບໍ່ຊ່ອຍ ຊີວິດຄົງມຸນມອດມອຍ 
ບໍ່ມີຄວາມຫມາຍ...ໂຮະໂຮ 
ຊ່ວຍນ້ອງໃຫ້ລືມຄວາມເຫງົາ ລົບເຂົາອອກຈາກຫົວໃຈ 
ຢາກມີຊີວິດສົດໃສ ໂດຍມີອ້າຍຄຽງກັນ 
ສານຝັນທີ່ນ້ອງວາດໄວ້ ທີ່ຖືກເຂົາທໍາລາຍມັນ 
ຈຶ່ງຂໍວອນອ້າຍແລ້ວກັນ ຄົນປັດຈຸບັນທີ່ນ້ອງຮັກຫຼາຍ 
ຈຶ່ງຂໍວອນອ້າຍແລ້ວກັນ ຄົນປັດຈຸບັນທີ່ນ້ອງຮັກ...ແຮງ